ບົົດຄັັດຫຍໍ້ດ້້ າ້ ນນະໂຍບາຍ 2 ຜູ້ອໍາານວຍການໂຮງຮຽນ ໃນໂຮງຮຽນທີ່ ມີີ ປະສິິດທິິພາບສູູງ

Abstract
ໃນຂະນະທີ່ລັດຖະບານແຫ່ງ ສປປ ລາວ, ໂດຍຜ່ານກະຊວງສຶກສາທິການ ແລະ ກິລາ ແລະ ຄູ່ຮ່ວມພັດທະນາໄດ້ມີຄວາມຄືບໜ້າຢ່າງບໍ່ຢຸດຢັ້ງໃນການຂະຫຍາຍການເຂົ້າເຖິງການສຶກສາທີ່ມີຄຸນນະພາບ, ແຕ່ກໍ່ຍັງມີເດັກນ້ອຍຈຳນວນຫຼາຍທີ່ຍັງອອກໂຮງຮຽນຊັ້ນປະຖົມສຶກສາ ໂດຍທີ່ຍັງບໍ່ສາມາດ ອ່ານ ແລະ ຂຽນໄດ້ ຕາມເກນອາຍຸຂອງເຂົາເຈົ້າ. ແຕ່ໃນສະພາບວິກິດທາງດ້ານການຮຽນແບບນີ້, ກໍຍັງມີໂຮງຮຽນຈຳນວນໜຶ່ງທີ່ປະຕິບັດໄດ້ດີ ແລະ ຜົນເດັນຫຼາຍກວ່າໂຮງຮຽນອື່ນທີ່ມີທີ່ຕັ້ງ ແລະ ສະພາບທີ່ຄ້າຍຄືກັນ ແລະ ມີຊັບພະຍາກອນເທົ່າໆກັນ. ຂໍ້ມູນທີ່ໄດ້ຕ້ອງບອກເຖິງຄວາມຈິງ (DMS) ການຄົ້ນຄ້ວາກ່ຽວກັບໂຮງຮຽນພັດທະນາ ເປັນວິທີການແບບປະສົມປະສານ ແລະ ມີຫຼາຍຂັ້ນຕອນຢ່າງລະອຽດ, ທີ່ໄດ້ມີການຮ່ວມມືກັນ ໃນການພັດທະນາ ແລະ ຈັດຕັ້ງປະຕິບັດ ຮ່ວມກັບ ກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ ລາວ. ຈຸດປະສົງແມ່ນເພື່ອສ້າງເປັນຄວາມຮູ້ກ່ຽວກັບລັກສະນະສະເພາະຂອງ ໂຮງຮຽນພັດທະນາ ຫຼື ໂຮງຮຽນທີ່ມີປະສິດທິພາບສູງ ໃນການປະຕິບັດຕົວຈິງທີ່ດີ ແລະ ມີຜົນສຳເລັດ. ຜົນການຄົ້ນຄ້ວາຍັງເປັນການຊີ້ໃຫ້ເຫັນ ແລະ ເພື່ອຜັນຂະຫຍາຍ ບົດຮຽນໃນພາກປະຕິບັດຕົວຈິງກ່ຽວກັບ 'ສິ່ງທີ່ສາມາດເຮັດໄດ້' ແລະ ວິທີການແກ້ໄຂຂັ້ນຮາກຖານ ສຳລັບຂະແໜງການສຶກສາ ທີ່ເປັນບ່ອນອີງໃຫ້ແກ່ຂັ້ນເທີງ ເພື່ອກຳນົດນະໂຍບາຍ ແລະ ການສະໜັບສະໜູນຈາກອົງການຈັດຕັ້ງສາກົນ ຢ່າງກວ້າງຂວາງ. ບົດຄັດຫຍໍ້ດ້ານນະໂຍບາຍສະບັບນີ້ - ໄດ້ເນັ້ນໃສ່ຜູ້ອໍານວຍການໂຮງຮຽນ ໃນໂຮງຮຽນທີ່ມີປະສິດທິພາບສູງ - ເປັນສ່ວນໜຶ່ງໃນຂະບວນການຄົ້ນຄ້ວາດ້ານປະລິມານພາຍໃຕ້ຂອບຂອງໂຄງການກ່ຽວກັບຂໍ້ມູນທີ່ໄດ້ຕ້ອງບອກເຖິງຄວາມຈິງ (DMS) ທີ່ໄດ້ນໍາສະເໜີ ຜົນການຄົ້ນຄວ້ານີ້ ໃນ ສປປ ລາວ. ສຳຄັນໄປກວ່ານັ້ນ, ຜົນການຄົ້ນຄວ້າ ຍັງເປັນຂໍ້ມູນໃຫ້ແກ່ການສົນທະນາດ້ານນະໂຍບາຍ ແລະ ການຕັດສິນໃຈ ຂອງ ສປປ ລາວ ແລະ ບັນດາປະເທດອື່ນໆທີ່ມີຄວາມສົນໃຈ.